ຄຸກກີ້ເປັນຂໍ້ມູນຂະໜາດນ້ອຍທີ່ເວັບໄຊທ໌ຈັດເກັບໄວ້ໃນຄອມພິວເຕີ ຫຼື ອຸປະກອນມືຖືຂອງຜູ້ເຂົ້າຊົມ.
Aspiegel SE (ເຊິ່ງຕໍ່ໄປນີ້ເອີ້ນວ່າ "Huawei", "ພວກເຮົາ", "ເຮົາ" ຫຼື "ຂອງພວກເຮົາ"), ເປັນບໍລິສັດສາຂາຂອງ Huawei ທີ່ຈົດທະບຽນໃນໄອແລນ, ທີ່ມີສຳນັກງານທີ່ຈົດທະບຽນຢູ່ທີ່ 3rd Floor, Mespil Court, Mespil Road, Ballsbridge, Dublin 4, D04 E516, Ireland ແລະ ໝາຍເລກທະບຽນ 561134, ໃຊ້ຄຸກກີ້ປະເພດຕໍ່ໄປນີ້ໃນເວັບໄຊທ໌ HUAWEI ID.
ຄຸກກີ້ທີ່ສຳຄັນ
ພວກເຮົາໃຊ້ຄຸກກີ້ເຫຼົ່ານີ້ເພື່ອດຳເນີນການທີ່ຈຳເປັນໃນເວັບໄຊທ໌ນີ້, ເຊັ່ນ ການຮັກສາສະຖານະການເຂົ້າສູ່ລະບົບຂອງທ່ານ ແລະ ການກວດສອບລະຫັດ CAPTCHA.
ຊື່ຄຸກກີ້ |
ແຫຼ່ງທີ່ມາ |
ການໝົດອາຍຸ |
ຈຸດປະສົງ |
JSESSIONID |
ເວັບໄຊທ໌ HUAWEI ID |
ເຊສຊັນ |
ຮັກສາ ID ເຊສຊັນ. |
CASTGC |
ເວັບໄຊທ໌ HUAWEI ID |
ເຊສຊັນ |
ຮັກສາສະຖານະການເຂົ້າສູ່ລະບົບ. |
CASTGCLOW |
ເວັບໄຊທ໌ HUAWEI ID |
ເຊສຊັນ |
ຮັກສາໃບຢັ້ງຢືນການເຂົ້າສູ່ລະບົບທີ່ໃຊ້ໂດຍຊອກຫາໂທລະສັບຂອງຂ້ອຍໃນຄລາວ HUAWEI ເທົ່ານັ້ນ. ການມີຢູ່ຂອງຟັງຄ໌ຊັນຊອກຫາໂທລະສັບຂອງຂ້ອຍໃນຄລາວ HUAWEI ແຕກຕ່າງກັນໄປຕາມປະເທດ/ພາກພື້ນໃນບ່ອນທີ່ HUAWEI ID ຖືກລົງທະບຽນ. |
CASLOGINSITE |
ເວັບໄຊທ໌ HUAWEI ID |
ເຊສຊັນ |
ລະບຸພາກພື້ນ HUAWEI ID (ທີ່ຕັ້ງຂອງສູນຂໍ້ມູນ) ບ່ອນທີ່ຜູ້ໃຊ້ໄດ້ເຂົ້າສູ່ລະບົບ. |
HuaweiID_CAS_ISCASLOGIN |
ເວັບໄຊທ໌ HUAWEI ID |
ເຊສຊັນ |
ລະບຸສະຖານະການເຂົ້າສູ່ລະບົບ. |
LOGINACCSITE |
ເວັບໄຊທ໌ HUAWEI ID |
ເຊສຊັນ |
ລະບຸພາກພື້ນ HUAWEI ID (ທີ່ຕັ້ງຂອງສູນຂໍ້ມູນ) ບ່ອນທີ່ຜູ້ໃຊ້ໄດ້ລົງທະບຽນ. |
CROSS_SITE_AGR |
ເວັບໄຊທ໌ HUAWEI ID |
ເຊສຊັນ |
ລະບຸວ່າພາກພື້ນ HUAWEI ID ປະຈຸບັນແຕກຕ່າງຈາກພາກພື້ນທີ່ HUAWEI ID ຖືກລົງທະບຽນ. |
qRCode |
ເວັບໄຊທ໌ HUAWEI ID |
30 ນາທີ |
ລະບຸຕົວລະບຸລະຫັດ QR ເມື່ອທ່ານສະແກນມັນ ເພື່ອເຂົ້າສູ່ລະບົບ HUAWEI ID ຂອງທ່ານ. ລະຫັດ QR ຈະຖືກສ້າງແບບສຸ່ມ ແລະ ຖືກລິ້ງໃສ່ HUAWEI ID ຂອງທ່ານໃນເຊສຊັນດຽວ. ການມີຢູ່ຂອງຟັງຄ໌ຊັນເຂົ້າສູ່ລະບົບດ້ວຍລະຫັດ QR ແຕກຕ່າງກັນໄປ ຂຶ້ນຢູ່ກັບພາກພື້ນທີ່ທ່ານອາໄສຢູ່. |
qrCodeCreateTime |
ເວັບໄຊທ໌ HUAWEI ID |
30 ນາທີ |
ລະບຸເວລາສ້າງລະຫັດ QR |
expiredTime |
ເວັບໄຊທ໌ HUAWEI ID |
30 ນາທີ |
ລະບຸເວລາໝົດອາຍຸຂອງລະຫັດ QR |
cversion |
ເວັບໄຊທ໌ HUAWEI ID |
30 ນາທີ |
ລະບຸເວີຊັນຂອງລະຫັດ QR |
VERSION_NO |
ເວັບໄຊທ໌ HUAWEI ID |
ເຊສຊັນ |
ລະບຸເວີຊັນຊອບແວຂອງເວັບໄຊທ໌ທີ່ທ່ານກຳລັງທ່ອງເບິ່ງຢູ່ໃນປະຈຸບັນນີ້ ເພື່ອສະໜອງຟັງຄ໌ຊັນທີ່ສຳຄັນ. |
CAS_THEME_NAME |
ເວັບໄຊທ໌ HUAWEI ID |
ເຊສຊັນ |
ລະບຸຮູບແບບສະເພາະຂອງເວັບໄຊທ໌ບ່ອນທີ່ HUAWEI ID ຂອງທ່ານຖືກເຂົ້າສູ່ລະບົບ. |
randomCodeID |
ໜ້າເວັບ HUAWEI ID ທີ່ມີຮູບພາບ CAPTCHA |
ເຊສຊັນ |
ລະບຸລະຫັດກວດສອບຮູບພາບ CAPTCHA, ຕົວຢ່າງໃນໜ້າການລົງທະບຽນ ຫຼື ການເຂົ້າສູ່ລະບົບ. |
ຄຸກກີ້ CAPTCHA |
ໜ້າເວັບ HUAWEI ID ທີ່ມີ CAPTCHA |
30ວັນ |
ຖືກໃຊ້ເພື່ອກວດສອບວ່າບຣາວເຊີໄດ້ສົ່ງຄຳຂໍ CAPTCHA ຫາເຊີບເວີຫຼືບໍ່ໃນ 30 ວັນຜ່ານມາ. ຖືກສ້າງຂຶ້ນແບບສຸ່ມໂດຍເຊີບເວີຂອງພວກເຮົາ ແລະ ສົ່ງຫາອຸປະກອນ. |
remember_client_flag-XXXXXXXXXXXX (ຄ່າທີ່ແຮຊ໌ໄວ້ຂອງຕົວລະບຸດ້ານເທັກນິກຂອງ HUAWEI ID ຂອງທ່ານ) |
ເວັບໄຊທ໌ HUAWEI ID > ໜ້າຕ່າງ ເຊື່ອໝັ້ນຕົວທ່ອງເວັບນີ້ ໃນໜ້າ ເຂົ້າສູ່ລະບົບບັນຊີ |
30 ວັນ |
ຕົວລະບຸແບບສຸ່ມຂອງບຣາວເຊີຂອງທ່ານ ເຊິ່ງລະບຸວ່າທ່ານເຊື່ອໝັ້ນບຣາວເຊີປະຈຸບັນຫຼືບໍ່. ຖ້າທ່ານເຊື່ອໝັ້ນບຣາວເຊີ, ທ່ານບໍ່ຈຳເປັນຕ້ອງປ້ອນລະຫັດກວດສອບທາງ SMS ຫຼື ທາງອີເມວເຂົ້າໃນຄັ້ງຕໍ່ໄປທີ່ທ່ານເຂົ້າສູ່ລະບົບ HUAWEI ID ຂອງທ່ານໂດຍໃຊ້ບຣາວເຊີ. |
cookieBannerOnOff |
ເວັບໄຊທ໌ HUAWEI ID |
30 ວັນ |
ລະບຸວ່າປ້າຍແຈ້ງເຕືອນຄຸກກີ້ໄດ້ຖືກປິດໂດຍຜູ້ໃຊ້ແລ້ວຫຼືບໍ່. |
ທ່ານສາມາດຈັດການການຕັ້ງຄ່າຄຸກກີ້ຂອງທ່ານ (ເຊັ່ນ ບລັອກຄຸກກີ້ທັງໝົດ, ເອົາຄຸກກີ້ບາງສ່ວນອອກ) ຈາກການຕັ້ງຄ່າບຣາວເຊີຂອງທ່ານ. ຢ່າງໃດກໍ່ຕາມ, ຖ້າບໍ່ມີຄຸກກີ້ທີ່ຈຳເປັນເຫຼົ່ານີ້, ເວັບໄຊທ໌ຈະໃຊ້ງານໄດ້ຢ່າງບໍ່ຖືກຕ້ອງ.
ຮຽນຮູ້ວິທີຈັດການຄຸກກີ້ໃນບຣາວເຊີຂອງທ່ານ, ເບິ່ງ Internet Explorer, Google Chrome, Mozilla Firefox, Safari ແລະ Opera.
ບໍ່ມີການແຊຣ໌ຄຸກກີ້
ພວກເຮົາຈະບໍ່ແຊຣ໌ຂໍ້ມູນຄຸກກີ້ກັບພາກສ່ວນທີສາມໃດໜຶ່ງ ແລະ ພາກສ່ວນທີສາມອາດຈະບໍ່ສາມາດເຂົ້າເຖິງຄຸກກີເຫຼົ່ານັ້ນໄດ້.
ລາຍຊື່ຕິດຕໍ່
ທ່ານສາມາດຖາມຄຳຖາມພວກເຮົາກ່ຽວກັບວິທີທີ່ພວກເຮົາໃຊ້ຄຸກກີ້ ໂດຍການເຂົ້າເບິ່ງໜ້າ ຄຳຖາມຄວາມລັບສ່ວນຕົວ.
ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບວິທີທີ່ພວກເຮົາປະມວນຜົນຂໍ້ມູນຂອງທ່ານ ແລະ ກ່ຽວກັບສິດທິຂອງທ່ານ, ກະລຸນາອ່ານ ຄຳຢັ້ງຄືນກ່ຽວກັບ HUAWEI ID ແລະ ຄວາມເປັນສ່ວນຕົວ.
ອັບເດດຫຼ້າສຸດ: 4 ມີນາ 2022